ແຈ້ງການ

0
268

ແຈ້ງການຝຶກອົບຮົມ ກ່ຽວກັບ “ ເຕັກໂນໂລຊີ ການຜະລິດ ແລະ ການນຳໃຊ້ເຊື້ອໄຟອັດເມັດຈາກສິ່ງເສດເຫຼືອຊີວະມວນ” ຜ່ານລະບົບອອນລາຍ (Zoom Application) ພາຍໃຕ້ໂຄງການ ຫຼຸດຜ່ອນທາດອາຍເຮືອນແກ້ວໃນພາກອຸດສາຫະກໍາ ໂດຍການນໍາໃຊ້ເຕັກໂນໂລຊີອັດເມັດສິ່ງເສດເຫຼືອຊີວະມວນຢູ່ ສປປ ລາວ.

ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ໃນນາມຜູ້ຈັດຕັ້ງປະຕິບັດກີດຈະກຳຂອງໂຄງການໃນການສ້າງສູນຮຽນຮູ້ ແລະ ຂໍ້ມູນຂ່າວສານເຕັກໂນໂລຊີ ຊີວະມວນ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ສະຖາບັນ ຮ່ວມກັບ ອົງການ UNIDO ຈະໄດ້ຈັດຝຶກອົບຮົມ ກ່ຽວກັບ ເຕັກໂນໂລຊີ ການຜະລິດ ແລະ ການນຳໃຊ້ເຊື້ອໄຟອັດເມັດຈາກສິ່ງເສດເຫຼືອຊີວະມວນ ຜ່ານລະບົບອອນລາຍ (Zoom Application) ເນື່ອງຈາກການແຜ່ລະບາດຂອງ ພະຍາດໂຄວິດ 19 ໃນປັດຈຸບັນ.ການຝຶກອົບຮົມ ຈະໄດ້ຈັດ 2 ວັນ ຄື ວັນອັງຄານທີ່ 12 ແລະ ວັນສຸກທີ 15 ເດືອນ ພຶດສະພາ ປີ 2020, ເວລາ 13.30-16.00 ໂມງ ຈຸດປະສົງເພື່ອສ້າງຄວາມຮັບຮູ້ແລະເຂົ້າໃຈທາງດ້ານເຕັກໂນໂລຊີ ແລະ ການດຳເນີນທຸລະກິດກ່ຽວກັບເຊື້ອໄຟອັດເມັດໃຫ້ແກ່ນັກວິຊາການ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງທັງພາກລັດແລະເອກະຊົນຂອງລາວ ໂດຍເຊີນຊ່ຽວຊານຈາກອົງການ UNIDO ມາເປັນຜູ້ບັນລະຍາຍ.
ສະນັ້ນ, ທ່າານໃດມີຄວາມສົນໃຈ ເຂົ້າຮ່ວມຝຶກອົບຮົມໃຫ້ແຈ້ງລາຍຊື່ ພ້ອມທັງ ອີເມລ ແລະ ເບີໂທຕິດຕໍ່ ມາຍັງອີເມລ: phonethip1@hotmail.com, ກ່ອນວັນທີ 10 ພຶດສະພາ 2020 (ສ່ວນ ການເຊື່ອມຕໍ່ເຂົ້າການຝຶກອົມຮົມ, ແມ່ນທາງທີມງານສະຖາບັນຈະສົ່ງລິ້ງ(link)ແລະລະຫັດຜ່ານໃຫ້ທາງອີເມວ)

LEAVE A REPLY

Please enter your comment!
Please enter your name here