ປະກາດຫາຜູ້ທີ່ສົນໃຈລົງທຶນ Call for Expression of Interest (EOI)

0
191

ເພື່ອພັດທະນາສິ່ງເສດເຫຼືອມາເປັນພະລັງງານດ້ວຍໂຮງງານອັດເມັດສິ່ງເສດເຫຼືອພາຍໃຕ້ກອບວຽກຂອງກອງທຶນສິ່ງແວດລ້ອມໂລກ (GEF-5)ໂຄງການ “ການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວໃນພາກອຸດສາຫະກຳ ໂດຍຜ່ານເຕັກໂນໂລຊີການອັດເມັດສິ່ງເສດເຫຼືອ ໃນ ສປປ ລາວ”

ອົງການສະຫະປະຊາຊາດເພື່ອການພັດທະນາອຸດສາຫະກຳ (UNIDO) ກຳລັງຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນສິ່ງແວດລ້ອມໂລກ (GEF) ຄື: ໂຄງການ “ການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວໃນພາກອຸດສາຫະກຳໂດຍຜ່ານ
ເຕັກໂນໂລຊີການອັດເມັດສິ່ງເສດເຫຼືອໃນ ສປປ ລາວ” ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ, ເປົ້າໝາຍຂອງໂຄງການແມ່ນ ເພື່ອສົ່ງເສີມການຜະລິດ ແລະ ການນໍາໃຊ້ເຊື້ອເພີງແຂງຊີວະ
ມວນ ໃນອຸດສາຫະກຳ ເພື່ອຜະລິດພະລັງງານຄວາມຮ້ອນ. ໂຄງການມີຄວາມຕັ້ງໃຈທີ່ຈະຫຼຸດຜ່ອນການນໍາໃຊ້ຖ່ານຫີນ ແລະ ສົ່ງເສີມວິທີການນໍາໃຊ້ສິ່ງເສດເຫຼືອຊີວະມວນມາເປັນພະລັງງານ. ດັ່ງນັ້ນ,​ໂຄງການຍັງມີຈຸດປະສົງເພື່ອປະກອບສ່ວນໃຫ້ແກ່ຄວາມຍືນຍົງ
ດ້ານພະລັງງານໃນ ສປປ ລາວ, ເພື່ອຍົກລະດັບຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ເພື່ອສົ່ງເສີມການສ້າງວຽກເຮັດງານທໍາ ແລະ ຫຼຸດຜ່ອນການປ່ອຍທາດຄາບອນໄດອ໋ອກໄຊ໌ (Carbon Dioxide) ຕະຫຼອດຮອດຫຼີກລຽງການຕັດໄມ້ທໍາລາຍປ່າ.ໂຄງການຈະ
ນໍາໃຊ້ຍຸດທະສາດສອງດ້ານໃນການລົບລ້າງເຕັກໂນໂລຊີທີ່ກີດຂວາງໃນການຜະລິດ ແລະ ການນໍາໃຊ້, ແລະ ອີກດ້ານໜຶ່ງກໍ່ຄືການປັບປຸງນະໂຍບາຍເພື່ອກະຕຸ້ນການລົງທຶນເຂົ້າໃນການຜະລິດ ແລະ ການນໍາໃຊ້ເຊື້ອເພີງແຂງຊີວະມວນ. ສິ່ງນີ້ຈະສໍາເລັດໄດ້ດ້ວຍ
ການສ້າງຄວາມອາດສາມາດທີ່ຈໍາເປັນໃຫ້ແກ່ບຸກຄະລາກອນ ແລະ ສະຖາບັນໃນທຸກລະດັບ.

ຈຸດປະສົງຂອງໂຄງການ: ການແຊກແຊງທາງດ້ານການເງິນນີ້ຈະເຮັດໃຫ້ບັນດາໂຮງງານປຸງແຕ່ງຈາກພືດກະສິກຳ ແລະ ອຸດສາຫະກຳອື່ນໆສາມາດແປຮູບສິ່ງເສດເຫຼືອຊີວະມວນຂອງຕົນ (ຂີ້ເລື່ອຍ, ຂີ້ແກບ, ຂີ້ອ້ອຍ, ແກນ
ສາລີ, ເສດໜາກເດືອຍ ແລະ ອື່ນໆ)ໄປເປັນເຊື້ອເພີງແຂງຊີວະມວນ (ເມັດຊີວະມວນອັດແໜ້ນ) ດ້ວຍການສະໜັບສະໜູນຜູ້ພັດທະນາໂຄງການ ແລະ ສົ່ງເສີມການລົງທຶນຂອງພາກເອກະຊົນເຂົ້າໃນການນໍາໃຊ້ຊີວະມວນອັດເມັດ ແລະ ເຕັກໂນໂລຊີອັດເມັດ ໃນ ສປປ ລາວ. ບັນດາກິດຈະກຳສ່ວນໜຶ່ງຂອງໂຄງການ, ຜູ້ລົງທຶນເຂົ້າໃນການຜະລິດຊີວະມວນອັດເມັດຈະໄດ້ຮັບການສະໜັບສະໜູນເພື່ອສາທິດໃຫ້ເຫັນສັກຍາຍະພາບທາງດ້ານເຕັກນິກ ແລະ ການເງິນ ຂອງເຕັກໂນໂລຊີການນໍາໃຊ້ສິ່ງເສດເຫຼືອຈາກກະສິກຳ ແລະ ສິ່ງເສດເຫຼືອຊີວະມວນທີ່ເກີດຈາກອຸດສາຫະກຳປຸງແຕ່ງຈາກກະສິກຳ ແລະ ອຸດສາຫະກຳອື່ນໆ. ການສະໜັບສະໜູນແກ່ຜູ້ພັດທະນາ ຫຼື ຜູ້ລົງທຶນຈະເປັນຮູບແບບຂອງການຊ່ວຍເຫຼືອເງິນທຶນສົມທົບ ໃຫ້ແກ່ນັກລົງທຶນ ການປະກາດຫາຜູ້ສົນໃຈລົງທຶນໃນຄັ້ງນີ້ ແມ່ນເພື່ອຊອກຫາຜູ້ສົນໃຈທີ່ຈະລົງທຶນໃນການນໍາໃຊ້ສິ່ງເສດເຫຼືອຊີວະມວນທີ່ເກີດຈາກການປຸງແຕ່ງຈາກກະສິກຳ ແລະ ອຸດສາຫະກຳອື່ນໆ ຜະລິດເປັນເຊື້ອເພີງແຂງຊີວະມວນ ໂດຍຈະໄດ້ຮັບເງິນທຶນສົມທົບຈາກກອງທຶນສິ່ງແວດລ້ອມໂລກ GEF.

ຖ້າໃດທ່ານສົນໃຈເຂົ້າຮ່ວມໃນການຮັບທຶນຊ່ວຍເຫຼືອໃນຄັ້ງນີ້ (EOI), ສາມາດເຂົ້າເບີ່ງຂໍ້ມູນ ແລະ ເອກະສານທີ່ກ່ຽວຂ້ອງທັງໝົດໄດ້ຜ່ານຊ່ອງທາງໜ້າເວບໄຊການຈ້າງງານຂອງ UNIDO (https://procurment.unido.org/). ກຳນົດເວລາສົ່ງເອກະສານຂໍການຊ່ວຍເຫຼືອແມ່ນບໍ່ໃຫ້ກາຍວັນທີ 25 ຕຸລາ 2019.

ຄໍາຖາມ ແລະ ຂໍ້ຄິດເຫັນຂອງທ່ານສາມາດສົ່ງຫາ UNIDO ໄດ້ຜ່ານທາງອີເມລ: A.Orlov@unido.org ແລະ A.Eruwa@unido.org

LEAVE A REPLY

Please enter your comment!
Please enter your name here