ໃນຕອນເຊົ້າຂອງວັນທີ 10 ທັນວາ 2018, ທີ່ຜ່ານມາ ຢູ່ທີ່ສະຖາບັນພະລັງານທົດແທນ ແລະ ວັດສະດຸໃໝ່, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດພິທີເປີດສູນຮຽນຮູ້ ແລະ ຂໍ້ມູນຂ່າວສານເຕັກໂນໂລຊີ ຊີວະມວນ

0
68

ໃນຕອນເຊົ້າຂອງວັນທີ 10 ທັນວາ 2018, ທີ່ຜ່ານມາ ຢູ່ທີ່ສະຖາບັນພະລັງານທົດແທນ ແລະ ວັດສະດຸໃໝ່, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດພິທີເປີດສູນຮຽນຮູ້ ແລະ ຂໍ້ມູນຂ່າວສານເຕັກໂນໂລຊີ ຊີວະມວນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ຈັນແສງ ພິມມະວົງ, ຮອງລັດຖະມົນຕີ ກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີ, ມີຜູ້ຕາງໜ້າຈາກອົງການ UNIDO, ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ​ແລະ ການ​ຄ້າ, ຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສະຖາບັນ ແລະ ພະນັກງານພາຍໃນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.
ສະ​ຖາ​ບັນ​ພະລັງງານ​ທົດ​ແທນ ​ແລະ ວັດ​ສະດຸ​ໃໝ່ ໄດ້ຮ່ວມ​ກັບ​ສູນ​ຜະລິດ​ທີ່​ສະອາດ​ລາວ ກັບ ກົມ​ອຸດ​ສະຫະ​ກຳ ​ແລະ ຫັດຖະກຳ, ​ກະຊວງອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ເຂົ້າ​ຮ່ວມ​ການຈັດ​ຕັ້ງ​ປະຕິບັດໂຄງການ​ຫຼຸດຜ່ອນ​ການປ່ອຍ​ອາຍ​ເຮືອນ​ແກ້ວ​ອອກ​ສູ່​ຊັ້ນ​ບັນຍາກາດ​ໃນ​ພາກ​ອຸດ​ສາ​ຫະກຳ ​ໂດຍ​ຜ່ານ​ເຕັກ​ໂນ​ໂລ​ຊີ​ອັດ​ເມັດ​  ສິ່ງ​ເສດ​ເຫຼືອ​ເປັນ​ພະລັງງານ ຊຶ່ງ​ໂຄງການ​ນີ້​ໄດ້​ຮັບ​ທຶນ​ສະໜັບສະໜູນ​ຈາກ​ກອງ​ທຶນສິ່ງ​​ແວດ​ລ້ອມ​ໂລກ (GEF5), ຊຶ່ງ​ໂຄງການມີ​​ໄລຍະ​ເວລາ​ທັງໝົດ 3 ປີ (2016-2018), ມູນ​ຄ່າ​ໂຄງການ​ທັງໝົດ 1.278.539 ​ໂດ​ລາ​ສະຫະລັດ.

ສູນຮຽນຮູ້ ແລະ ຂໍ້ມູນຂ່າວສານ ເຕັກໂນໂຊີ ຊີວະມວນ, ແມ່ນຖືວ່າເປັນສູນລວມຂອງຂໍ້ມູນຂ່າວສານທີ່ຈຳເປັນທັງໝົດ ໃຫ້ແກ່ຫລາຍໜ່ວຍງານ ເຊັ່ນວ່າ: ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ, ນັກພັດທະນາໂຄງການ, ນັກລົງທຶນ ແລະ ຍັງສະໜອງການຝຶກອົບຮົມທີ່ຈຳເປັນໃຫ້ພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ອຸດສາ ຫະກຳ-ກະສິກຳ,​ ນັກພັດທະນາໂຄງການ, ຜູ້ສະໜອງ, ຜູ້ບໍລິໂພກ ແລະ ອື່ນໆ ຕາມຄວາມຕ້ອງການ.

ສູນຮຽນຮູ້ ແລະ ຂໍ້ມູນຂ່າວສານ ເຕັກໂນໂຊີ ຊີວະມວນແມ່ນສ້າງຕັ້ງຂຶ້້ນພາຍໃຕ້ການຮ່ວມມືຂອງສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາອຸດສາຫະກຳ. ສຂຮພ ມີບົດບາດ ແລະ ໜ້າທີ່ອັນຈຳເປັນໃນການດຳເນີນການຄົ້ນຄວ້າ ແລະ ການພັດທະນາ ພະລັງງານຊີວະມວນ ໃນເວທີການນຳໃຊ້ ແລະ ໝູນໃຊ້ ເຕັກໂນໂລຊີພະລັງງານຊີວະມວນ ປະສານສົມທົບກັບເຕັກໂນໂລຊີດັ່ງເດີມ ໃນການເປັນຕົວແບບ ໃນການນຳໃຊ້ ແລະ ເຜີຍແຜ່ການນຳໃຊ້ເຕັກໂນໂລຊີພະລັງງານທົດແທນ.

ສຂຮພແມ່ນໄດ້ຮັບການຊ່ວຍເຫລືອສະໜັບສະໜູນດ້ານການເງິນຈາກໂຄງການ ຫລຸດຜ່ອນທາດອາຍພິດເຮືອນແກ້ວໃນພາກອຸດສາຫະກຳ ໂດຍການນຳໃຊ້ເຕັກໂນໂລຊີອັດເມັດສີ່ງເສດເຫລືອ ທີ່ຈັດຕັ້ງປະຕິບັດຮ່ວມກັນກັບກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາອຸດສາຫະກຳ, ໄດ້ຮັບການຊ່ວຍເຫລືອດ້ານການເງິນຈາກກອງທຶນສີ່ງແວດລ້ອມໂລກ ແລະ ດຳເນີນການເຄຶ່ອນໄຫວ ແລະ ບໍລິຫານງານໂດຍສູນຮຽນຮູ້ ແລະ ຂໍ້ມູນຂ່າວສານ ເຕັກໂນໂຊີ ຊີວະມວນ.

LEAVE A REPLY

Please enter your comment!
Please enter your name here